ອັດຕາການເກີດ Autoimmune Hemolytic Anemia (AIHA) ໃນຄົນເຈັບທີີ່ເປັນພະຍາດທາລາຊີເມຍທີີ່ຕ້ອງໄດ້ຮັບເລືອດຢູ່ຫ້ອງກວດເຂດນອກ, ພະແນກພະຍາດເລືອດ,ໂຮງໝໍເດັກ, ນະຄອນຫຼວງວຽງຈັນ, ສປປ ລາວ.
| Author |
ຄູນທະວີ ພົງສະຫວັດ, ບຸນປະລິສອນ ສຸວັນລາສີ, ສຸລະເດດ ແສງຈັນ |
| Type |
e-journal |
| Publish |
ວາລະສານການແພດລາວ     ,2020 |
| Pages |
7 |
| UHSL ID |
ສະບັບທີ 11 |
| Keyword |
ທາລາຊີເມຍ, ການໃສ່ເລືອດ, ເດັກນ້ອຍ, Thalassemia, AIHA, ວາລະສານການແພດລາວ |
| Location |
ຫໍສະຫມຸດກາງ |
| Category |
ວາລະສານການແພດລາວ |
| Group Number |
|
| ISBN |
2219-3847 |
| Language |
lao |
| Read |
63 |
| Accessible |
Public
|
| Link |
|
| Brief Contents |
| ຄວາມເປັນມາ: ພາວະທີີ່ຮ່າງມີພູມຄຸ້ມກັນທໍາລາຍເມັດເລືອດແດງໂຕເອງ (Autoantibody) ມີເຖິງ 5-30% ໃນທົ່ວໂລກ; ໃນອາຊີພົບຄົນທີີ່ມີພາວະນີ້ ເຖິງ 22% ເຊິີ່ງການໃຫ້ເລືອດເປັນສາເຫດຫຼັກ ໂດຍສະເພາະ ຄົນເຈັບພະຍາດທາລາຊີເມຍ ທີີ່ຕ້ອງປິີ່ນປົວດ້ວຍການສົ່ງເລືອດ. ເຖິງແນວໃດກໍ່ຕາມໃນ ສປປ ລາວ ແມີ່ນຍັງບໍີ່ມີການກວດກັີ່ນຕອງຫາພາວະນີ້ໃນເມັດເລືອດແດງກ່ອນການສົ່ງເລືອດ.
ຈຸດປະສົງ: ເພືີ່ອສຶກສາອັດຕາການເກີດ Autoimmune Hemolytic Anemia (AIHA) ໃນຄົນເຈັບທີີ່ເປັນພະຍາດທາຊີເມຍ.
ວິທີວິທະຍາ: ເປັນການສຶກສາແບບພັນລະນານະຈຸດເວລາໃດໜຶີ່ງ ໃນຄົນເຈັບທີີ່ເປັນພະຍາດທາລາຊີເມຍ ທີີ່ໄດ້ຮັບເລືອດທຸກຄົນທີີ່ມາກວດຢູີ່ຫ້ອງກວດເຂດນອກຂອງພະແນກພະຍາດເລືອດ, ໂຮງໝໍເດັກ, ນະຄອນຫຼວງວຽງຈັນ ໂດຍອີງໃສ່ຜົນກວດ Direct Coombs Test ໃຫ້ຜົນບວກ. ໄລຍະການສຶກສາແຕ່ເດືອນ ພຶດສະພາ ຫາ ເດືອນ ກັນຍາ ປີ 2018. ໂດຍມີຜູ້ເຂົ້າຮ່ວມ 338 ຄົນ ດ້ວຍຄວາມສະໝັກໃຈ ແລະ ຄວາມເຫັນດີຂອງຜູ້ປົກຄອງຄົນເຈັບ ແລະ ການສຶກສາວິເຄາະດ້ວຍ Program SPSS version 24 ໂດຍໃຊ້ສະຖິຕິພັນລະນາ ແລະ ວິເຄາະຫາຄວາມສໍາພັນຂອງຕົວຜັນແປແຕີ່ລະຕົວກັບການເປັນ AIHA ແລະ ບໍີ່ເປັນ AIHA. |
| Table of Contents |
|