| ຄວາມເປັນມາ ແລະ ຄວາມສໍາຄັນ: ການພັດທະນາຄົນໃຫ້ມີຄຸນນະພາບນັ້ນເປັນໜ້າທີ່ຕົ້ນຕໍ ຂອງລະບົບການສຶກສາ ຊຶ່ງແມ່ນຂະບວນການກໍ່ສ້າງໃຫ້ຄົນມີຄວາມຮູ້ຄວາມສາມາດ, ມີທັກສະ, ມີສະຕິປັນຍາ, ສາມາດໄຈແຍກວິເຄາະ, ຮູ້ຈັກແກ້ໄຂບັນຫາ, ສາມາດຮຽນຮູ້ດ້ວຍຕົນເອງ ໃນນັ້ນຍັງສາມາດປັບຕົວທັນກັບການປ່ຽນແປງທີເກີດຂຶ້ນໃນສະພາບແວດລ້ອມ ຂອງພາກພື້ນ - ສາກົນ.
ຈຸດປະສົງ: ຈຸດປະສົງເພື່ອປະເມີນຄວາມສອດຄ່ອງດ້ານບໍລິບົດ, ດ້ານປັດໄຈນໍາເຂົ້າ, ດ້ານຂະບວນການ ແລະ ດ້ານຜົນຜະລິດຂອງຫຼັກສູດແພດສາດ ຄະນະແພດສາດ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ໂດຍໃຊ້ຮູບແບບການປະເມີນແບບ CIPP Model. |